ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ຈະ​ເສີມ​ຂະຫຍາຍ​ກຳລັງ​ປ້ອງ​ກັນ​ຊາດ​ ຢູ່​ເຂດ​ຊາຍ​ແດນ​ທາງ​ທິດຕາເວັນຕົກ​ສຽງ​ເໜືອ


     ສຳນັກ​ຂ່າວ​ຫວຽດນາມ ລາຍ​ງານ​ໃນ​ວັນ​ທີ 15 ມີນາ 2024 ນີ້​ວ່າ: ໃນ​ຂະ​ທີ່​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຣັດ​ເຊຍ, ທ່ານ ວະລະເມຍ
ປູ​ຕິນ (Vladimir Putin) ປະທານາທິບໍດີ​ຣັດ​ເຊຍ ໄດ້​ກ່າວ​ວ່າ: ຣັດ​ເຊຍ ຈະ​ເສີມ​ຂະຫຍາຍ​ກອງທັບ ແລະ ກຳລັງ​ປ້ອງ​ກັນ​ໄປ​ເຂດ​ໃກ້​
ຊາຍ​ແດນ​ທີ່​ຕິດ​ກັບ ແຟງ​ລັງ ແລະ ຊູ​ແອັດ, ເຊິ່ງ​ເປັນ​ສອງ​ປະເທດ​ທີ່​ຫາກໍ່​ເຂົ້າ​ເປັນ​ສະມາຊິກ​ອົງການ​ສົນທິສັນຍາ​ອັດ​ລັງ​ຕິກ​ເໜືອ (ນາ​
ໂຕ). ກ່ອນ​ໜ້າ​ນັ້ນ, ໃນ​ທ້າຍ​ເດືອນ ຕຸລາ 2023, ການ​ນຳ​ຣັດ​ເຊຍ ໄດ້​ເຊັນ​ລັດ​ຖະ​ບັນຍັດ​ສ້າງຕັ້ງ​ເຂດ​ການ​ທະຫານ ມົດ​ສະ​ກູ ແລະ ເຂດ​
ການ​ທະຫານ ເລ​ນິນ​ກຣາດ ເພື່ອ​ປັບປຸງ​ບັນດາ​ກຳລັງ​ກອງທັບ ຢູ່​ທາງ​ທິດຕາເວັນຕົກ​ສຽງ​ເໜືອ​ຂອງ​ຣັດ​ເຊຍ ເມື່່ອ​ນາ​ໂຕ​ເປີດ​ກວ້​​າງ​ອອກ​ສູ່​
ທາງ​ທິດເໜືອ​ຂອງ​ປະເທດ.

     ໃນ​ວັນ​ທີ 11 ມີນາ 2024 ທີ່​ຜ່ານ​ມາ, ຊູ​ແອັດ ໄດ້​ກາຍເປັນ​ສະມາຊິກ​ອັນ​ດັບ​ທີ 32 ຂອງ ນາ​ໂຕ, ເປັນ​ການ​ຢຸດຕິ​ນະໂຍບາຍ ບໍ່​ມີ​
ການ​ຮ່ວມ​ສຳພັນ​ດ້ານ​ການ​ທະຫານ​ທີ່ ສະ​ຕັອກ​ໂຮມ (Stokholm) ປະຕິບັດ​ມາ​ແຕ່​ດົນ​ນານ. ແຟງ​ລັງ ກໍ່​ເຂົ້າ​ຮ່ວມ​ອົງການ​ດັ່ງກ່າວ ນັບ​
ແຕ່​ປີ 2023. ຊູ​ແອັດ ແລະ ແຟງ​ລັງ ເຄີຍ​ເປັນ​ປະເທດ​ເຂດ​ກາງ​ກັ້ນ​ລະຫວ່າງ ຣັດ​ເຊຍ ແລະ ນາ​ໂຕ, ການ​ທີ່​ສອງ​ປະເທດ​ດັ່ງກ່າວ​ເຂົ້າ
ຮ່ວມ​ກຸ່ມ​ພັນທະ​ມິດ​ການ​ທະຫານ​ນາ​ໂຕ ກໍ່​ໝາຍ​ຄວາມ​ວ່າ ຣັດ​ເຊຍ ມີ​ຊາຍ​ແດນ​ໂດຍ​ກົງ​ກັບ​ກຸ່ມ​ດັ່ງກ່າວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/03/2024